ທນບ ສຳເລັດກອງປະຊຸມສະຫຼຸບປີ 2024

ທນບ ສຳເລັດກອງປະຊຸມສະຫຼຸບປີ 2024

ທນບ ສຳເລັດກອງປະຊຸມສະຫຼຸບປີ 2024
ທະນາຄານນະໂຍບາຍ (ທນບ) ໄດ້ສໍາເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະທິດທາງແຜນການ ປະຈຳປີ 2025ເມື່ອບໍ່ດົນມານີ້ ທີ່ສູນການຮ່ວມມືສາກົນ ແລະການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ

 ໂດຍການເປັນປະທານ ຂອງທ່ານ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກຮາກຖານຜູ້ອຳນວຍການ ທນບ; ມີຄະນະພັກ, ຄະນະອໍານວຍການ, ຫົວໜ້າພະແນກ, ຫົວໜ້າສາຂາ ແລະ ຂະແໜງການ ທນບ ໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ຂອງ ທນບ ຢ່າງຮອບດ້ານ ປະຈຳປີ 2024 ແລະ ກຳນົດຄາດໝາຍສູ້ຊົນ ປະຈຳປີ 2025 ພ້ອມດຽວກັນນັ້ນກໍໄດ້ມອບການຍ້ອງຍໍ ໃຫ້ບັນດາສາຂາ ແລະ ໜ່ວຍບໍລິການ ທີ່ມີຜົນງານດີເດັ່ນ ປະຈຳປີ 2024 ແລະ ບັນຫາສໍາຄັນອື່ນໆຈໍານວນໜຶ່ງ.

ສໍາລັບການເຄື່ອນໄຫວວຽກງານ ຂອງ ທະນາຄານນະໂຍບາຍ ປະຈຳປີ 2024 ຜົນການດຳເນີນງານໃນປີ 2024 ມີລາຍຮັບ 579.27 ຕື້ກີບ ລາຍຈ່າຍ 567.38 ຕື້ກີບ ມີກຳໄລໃນປີ 2024 ຈໍານວນ 7.91 ຕື້ກີບ ແລະ ໄດ້ປ່ອຍສິນເຊື່ອທັງໝົດ 648.60 ຕື້ກີບ ເທົ່າກັບ 79% ຂອງແຜນການ ປີ (817 ຕື້ກີບ), ທຽບໃສ່ປີຜ່ານມາ (564.10 ຕື້ກີບ) ເພີ່ມຂຶ້ນ 84 ຕື້ກີບ ຫຼື 15% ຊຶ່ງປ່ອຍ ຕາມຂະແໜງການປູກຝັງ 266.35 ຕື້ກີບ ເທົ່າກັບ 41%, ລ້ຽງສັດ 300.50 ຕື້ກີບ ເທົ່າກັບ 46%, ຫັດຖະກຳ 15.65 ຕື້ກີບ ເທົ່າກັບ 2.41%, ຫັດຖະກຳປຸງແຕ່ງ 11.96 ຕື້ກີບເທົ່າກັບ 1.84%, ຂະແໜງການບໍລິການ: 54.12 ຕື້ກີບ ເທົ່າກັບ 8.34 % ຂອງການປ່ອຍສິນເຊື່ອ.

ຮອດທ້າຍປີ 2024 ປະຊາຊົນ ເຂົ້າເຖິງສິນເຊື່ອທັງໝົດ ກວມເອົາ 17 ແຂວງ 1 ນະຄອນຫຼວງ, 128 ເມືອງ, 3 ນະຄອນ, 5,252 ບ້ານ ເປັນບ້ານທຸກ 1,509 ຄອບຄົວ, 76,962ກຸ່ມ, 286,256 ຄອບຄົວ ເປັນຄອບຄົວທຸກ 43,565 ຄອບຄົວ; ສ້າງໂຄງການພົ້ນເດັ່ນໄດ້ທັງໝົດ 311 ໂຄງການ, ມີຄອບຄົວຕົວແບບ 532 ຄອບຄົວ, ໃນນີ້ປະກອບມີໂຄງການປູກຝັງ 39 ໂຄງການ, 76 ຄອບຄົວ; ໂຄງການລ້ຽງສັດ 253 ໂຄງການ, 424 ຄອບຄົວ,ໂຄງການຫັດຖະກໍາ 9 ໂຄງການ, 17 ຄອບຄົວ, ໂຄງການອຸດສາຫະກໍາ 7 ໂຄງການ, 12 ຄອບຄົວ ແລະໂຄງການບໍລິການ 3 ໂຄງການ ແລະ 3 ຄອບຄົວ. ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ ປະຈຳປີ 2025 ໂດຍສຸມໃສ່ການຫັນເອົາ ທນບ ໄປເປັນ ທພບ, ວາງເປົ້າໝາຍ, ກຳນົດທິດທາງ ແລະ ຍຸດທະສາດ (ທັງໄລຍະສັ້ນ ແລະ ໄລຍະຍາວ ຊຶ່ງຈະຕ້ອງໄດ້ກຳນົດ SLOGAN), ເລັ່ງລົງທຶນພັດທະນາດ້ານໂຄງສ້າງພື້ນຖານລະບົບ IT ໃຫ້ມີ Core Banking ໃໝ່ ໃຫ້ສາມາດບໍລິການໄດ້ຫຼາກຫຼາຍຜະລິດຕະພັນ, ໂດຍຈະຕ້ອງພັດທະນາ ຜະລິດຕະພັນທາງການເງິນ ທາງເອເລັກໂຕນິກອອກສູ່ສັງຄົມ, ຄົ້ນຄວ້າສ້າງ ແລະ ເປີດໂຕສາຂາຮູບແບບໃໝ່ ທີ່ມີຜະລິດຕະພັນການບໍລິການ ທີ່ທັນສະໄໝ; ປັບປ່ຽນວັດທະນະທຳ ຂອງອົງກອນ, ສ້າງຮູບແບບການເຮັດວຽກຢ່າງປະດິດສ້າງ; ມຸ່ງເນັ້ນການຂະຫຍາຍກຸ່ມທຸລະກິດ SME, ຮັກສາ ແລະຂະຫຍາຍຖານລູກຄ້າໃນຊົນນະບົດ; ມຸ່ງເນັ້ນສ້າງລາຍໄດ້ ແລະຫຼຸດລາຍຈ່າຍ ແລະ ເລັ່ງສ້າງ Platform; ເລັ່ງສ້າງໂຄງສ້າງເປົ້າໝາຍ ຕົວຊີ້ວັດ KPI ແລະ ເປົ້າໝາຍຂອງອົງກອນ.

ທ່ານ ສຸພັກ ຖິ່ນໄຊພອນ ໄດ້ເນັ້ນໃຫ້ສືບຕໍ່ປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ໃນການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີປະສິດທິຜົນກວ່າເກົ່າ, ເອົາໃຈໃສ່ຄຸ້ມຄອງການດຳເນີນງານຕ້ອງບົນພຶ້ື້ນຖານການປະຕິບັດແນວທາງແຕ່ຮັບປະກັນການໄລ່ລ່ຽງ,ການຄຸ້ມຄອງບໍລິຫານລາຍຮັບ-ລາຍຈ່າຍໃຫ້ສອດຄ່ອງກັບແຜນການແລະຖືກຕ້ອງຕາມລະບຽບກົດໝາຍ; ພ້ອມກັນປະຢັດມັດທະຢັດ, ຫຼີກລ່ຽງລາຍຈ່າຍ ທີ່ເປັນອັນຟຸ່ມເຟືອຍ, ຈຳກັດລາຍຈ່າຍທີ່ບໍ່ມີຄວາມຈຳເປັນ ພ້ອມທັງຕ້ອງຄົ້ນຄວ້າມາດຕະການ,ວິທີການຄຸ້ມຄອງສາຂາແລະໜ່ວຍບໍລິການໃນການດຳເນີນທຸລະກິດໃຫ້ມີການໄລ່ລຽງ,ຫຼີກລ່ຽງການຂາດທຶນສະສົມເປັນເວລາຫຼາຍປີ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ